ຈຸດປະສົງທີ່ສ້າງຕັ້ງກິດຈະການອະສັງຫາລິມະຊັບ

ໃນຄະນະທີ່ພວກເຮົາຊອກເຊົ່າຫ້ອງການໃນການສ້າງຕັ້ງ ບໍລິສັດລາວຄາຢາ ໃນຕົ້ນປີ2021 ເຫັນວາການຊອກຄົ້ນຫາ ຫ້ອງການ ເຮືອນເຊົ່ານັ້ນແມ່ນ ຍັງມີຈຳມີຄວາມຫຍຸ້ງຍາກຫຼາຍ ແລະ ຄົ້ນຫາຍາກ ເພື່ອໃຫ້ໄດ້ຕາມເງື່ອນໄຂຂອງພວກເຮົາ ແລະ ການພັດທະນາແພດຟອມເວັບໃຊ້ສູນລວມກ່ຽວກັບອະສັງຫາລິມະຊັບໃນ ສ ປປ ລາວ ແມ່ນຍັງມີຫນ້ອຍ ແລະ ການນຳໃຊ້ ຍັງບໍໍ່ສະດວກ.

 

ສະນັ້ນ, ພວກເຮົາຢາກປະກອບສ່ວນ ປະສົບການການບໍລິການດ້ານອະສັງຫາອະລິມະຊັບແບບປະເທດຍີ່ປຸ່ນເຊັ່ນ: ບໍລິການວ່ອງໄວ ແລະ ສະຫນອງຂໍ້ມູນຫຼາຍທາງເລືອກໃຫ້ແກ່ລູກຄ້າສາມາດເລືອກໄດ້ຕາມຄວາມເໝາະສົມຂອງລູກຄ້າ (ຫຼືເອີ້ນວ່າ ONE STOP REAL ESTATE SERVICE ) ແລະ ເພື່ອເປັນການສ້າງຄວາມສະດວກ ແລະ ຫນ້າເຊື່ອຖືພວກເຮົາກໍ່ໄດ້ພັດທະນາແພດຟອມແພດຟອມເວັບໃຊ້ສູນລວມກ່ຽວກັບອະສັງຫາ ລິມະຊັບຂື້ນມາເພື່ອໃຫ້ເພື່ອໃຫ້ ລູກຄ້າເຈົ້າຂອງຫ້ອງເຊົ່າ,ອາພາດເມັນ,ທີ່ດີນ ແລະ ເຮືອນ, ບໍລິສັັດອະສັງຫາ ລິມະຊັບ, ນາຍຫນ້າຂາຍອະສັງຫາລິມະຊັບ ທີ່ຕ້ອງການໃຫ້ເຊົ່າ ຫຼື ຂາຍ ອະສັງຫາ ລິມະຊັບ ມາລົງຂໍ້ມູນໃນເວັບໃຊ້ດັ່ງກ່າວ. ເພື່ອເຮັດໃຫ້ຜູ້ຊອກຊື້,ຊອກເຊົ່າ ໄດ້ຫາສະດວກ ແລະ ວອງໄວຂື້ນ ແລະ ເຫມາະສົມກບຄວາມຕ້ອງການຂອງຕົນເອງ. ແລະ ແພດຟ້ອມດັ່ງກ່າວກໍ່ສາມາດໃກ້ ບໍລິສັດກ່ຽວຂ້ອງກັບອະສັງຫາລິມະຊັບເອົາຂໍ້ມູນມາລົງໄດ້ເຊັ່ນດຽວກັນ ເຊັ່ນ : ບໍລິສັດ ອອກແບບກໍ່ສ້າງ , ບໍລິສັດບໍລິການຕີດຕັ້ງໄຟຟ້າ,ນ້ຳປະປາ ,ບໍລິສັດບໍລິການອານາໄມ ທຳຄວາມສະອາດ ແລະ ກຳຈັດປວກ,ແມງໄມ້ ເປັນຕົ້ນ.

ບໍລິການ: ຮັບຝາກ ຊື້ – ຂາຍ ແລະ ເຊົ່າ ອະສັງຫາລິມະຊັບທີ່ດີນ,ເຮືອນ,ຫ້ອງເຊົ່າ,ຫ້ອງການ,ຕືກອາຄານຕ່າງໆ

Buy – Sale – Rent – Consignment Land & House

ບໍລິການແພດຟອມເວັບໃຊ້ສູນລວມກ່ຽວກັບອະສັງຫາ ລິມະຊັບ

ແພກເກັດບໍລິການແພດຟອມເວັບໃຊ້ສູນລວມກ່ຽວກັບອະສັງຫາ ລິມະຊັບ

ແພກເກັດຫົວຫນ່ວຍABCEF
ລາຄາ ກີບ
2500,0002000,0001500,000
1000,000
500,000
ໄລຍະເວລາປີ11111
ຈຳນວນຫ້ອງແຖວ, ອາພາດເມັ້ນ, ທີສາມາດລົງໄດ້
ຫ້ອງ1000 500
300
15020
g

ລາວຄາຢາມາ