ຂໍ້ຄວາມຈາກປະທານບໍລິສັດ

ຂ້າພະເຈົ້າ ໄດ້ມາຢ້ຽມຢາມສປປລາວ ຄັ້ງແລກໃນປີ 2015  ແລະໄດ້ປະທັບໃຈໃນການຕ້ອນຮັບທີອົບອຸ່ນດ້ວຍຮອຍຍີ້ມ ແລະການບໍ່ມີການແຂງຂັນກັບເວລາຢ່າງຮີບດວນຂອງຄົນລາວ ແລະໄດ້ປະທັບໃຈກັບຄວາມງາມຂອງຕາເວັນຕົກດີນຢາມແລງຕາມລຳແມ່ນ້ຳຂອງ.

 

ແຕ່ກົງກັນຂ້າມ ຂ້າພະເຈົ້າຮູ້ສຶກກາງວົນກ່ຽວກັບບັນຫາສີ່ງເສດເຫຼືອຍັງເປັນບັນຫາທີ່ອັນຕະລາຍໂດຍສະເພາະຂີ້ເຫຍື້ອຕີດເຊື້ອ ຈາກໂຮງໝໍ ແລະສີ່ງເສດເຫຼືອອັນຕະລາຍຈາກໂຮງງານອຸດສາຫະກຳບໍ່ໄດ້ມີການຄັດແຍກແລ້ວນຳເອົາສີ່ງເສດເຫຼືອດັ່ງກ່າວເຂົ້າໄປຝັງກົບໃນສະໜາມຂີ້ເຫຍື້ອ. ແລະ ຢູ່ໃນສະໜາມດັ່ງກ່າວແມ່ນມີປະຊາຊົນມາເກັບເອົາຂີ້ເຫຍື້ອທີ່ມີຄຸນຄ່າ ແລະຂີ້ເຫຍື້ອທີນຳໄປລີໄຊໂຄໄດ້. ເຮັດໃຫ້ມີຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ ແລະສີ່ງແວດລ້ອມ ແລະນອກນັ້ນຍັງຮູ້ສືກກາງວົນຕໍ່ຄວາມສວຍງາມຂອງປະເທດລາວຈະເສຍໄປ.

 

ດັ່ງນັ້ນ ປີ 2016 ພວກຂ້າພະເຈົ້າໄດ້ຈັດຕັ້ງປະຕິບັດການສຳຫຼວດ ສືກສາຄວາມເປັນໄປໄດ້ ໃນການກຳຈັດສີ່ງເສດເຫລືອອັນຕະລາຍໂດຍສະເພາະແມ່ນສີ່ງເສດເຫລືອຈາກໂຮງງານອຸດສາຫະກຳ ແລະໂຮງໝໍເປັນຕົ້ນ ແລະປີ2018 ກໍ່ໄດ້ຈັດຕັ້ງປະຕິບັດໂຄງການທົດລອງກ່ຽວກັບກ່ຽວກັບການກຳຈັດສີ່ງເສດເຫຼືອອນຕະລາຍໃນນະຄອນຫຼວງວຽງຈັນ.

 

ທຸກໆຄັ້ງທີ່ຂ້ອຍມາ ຢ້ຽມຢາມປະເທດລາວ, ເຮັດໃຫ້ ຂ້າພະເຈົ້າມີຄວາມສົນໃຈຄວາມສວຍງາມຂອງປະເທດລາວ ແລະຄວາມເມດຕາອັນດີງາມຂອງຄົນລາວ.

 

ດັ່ງນັ້ນເຮັດໃຫ້ຂ້າພະເຈົ້າ ຮູ້ສຶກວ່າການນຳໃຊ້ເຕັກໂນໂລຢີ ຂອງປະເທດຍີ່ປຸ່ນແມ່ນຈະສາມາດຊ່ວຍເຮັດໃຫ້ປະເທດລາວສາມາດຫຼຸດຜ່ອນການຜົນກະທົບຕໍ່ສີ່ງແວດລ້ອມ. ສະນັ້ນ, ມາຮອດເດືອນ2 ປີ 2021 ພວກເຮົາກໍ່ໄດ້ກໍ່ຕັ້ງ ບໍລິສັດລາວຄາຢາມາ ຈຳກັດຜູ້ດຽວ(LAO KAYAMA)ຂື້ນຢ່າງເປັນທາງການ.

 

ບໍລິສັດ ຄາຢາມາ ຂອງພວກເຮົາແມ່ນມີເປົ້າໝາຍຢາກມີສ່ວນຮ່ວມເຂົ້າໃນການຊ່ວຍພັດທະນາກົດໝາຍກ່ຽວກັບການຄຸ້ມຄອງສີ່ງເສດເຫຼືອ ແລະການແຍກຂີ້ເຫຍືຶອໃຫ້ຖືກວິທີ ຈົນໄປເຖີງການກຳຈັດ ແລະຄຸ້ມຄອງໃຫ້ຖືກວິທີ. ຄຽງຄູ່ກັບການປະຕິບັດເພື່ອບັນລຸເປົາໝາຍດັ່ງກ່າວພວກເຮົາໄດ້ມີບໍລິການທີ່ປືກສາ, ແປພາສາຕ່າງໆໃຫ້ແກ່ບັນດາບໍລິສັດຍີ່ປຸ່ນທີ່ຈະມາລົງທືນ ແລະ ບໍລິການທີ່ປືກສາການກຳຈັດສີ່ງເສດເຫຼືອໃຫ້ຖືກວິທີ ໃຫ້ແກ່ບັນດາບໍລິສັດ, ໂຮງງານໃນ ສປປລາວ.

 

ນອກນັ້ນພວກເຮົາ ຍັງໃຫ້ບໍລິການແກ່ບໍລິສັດທີ່ຢູ່ໃນສ ປປລາວ ທີມີຄວາມສົນໃຈໃນການ ຊອກຫາຄູ່ຄ້າທຸລະກີດ ຈາກປະເທດຍີ່ປຸ່ນ ແລະ ການແນະນຳລະບົບເຕັກໂນໂລຊີຕ່າງໆ ຈາກປະເທດຍີ່ປຸ່ນ ແລະ ຍັງໄດ້ ໜອງການບໍລິການສະໜັບສະໜູນການຈັດຕັ້ງປະຕິບັດການພັດນານາແບບຢືນຍົງ ( SDGs )

 

ພວກເຮົາຂໍຂອບໃຈ ແລະ ຮູ້ບຸນຄຸນທຸກທ່ານເປັນຢ່າງສູງທີ່ໃຊ້ບໍລິການຂອງພວກເຮົາ

ບໍລິສັດລາວຄາຢາມາ ຈຳກັດຜູ້ດຽວ (LAO KAYAMA)

g

ລາວຄາຢາມາ