
| ຊື່ບໍລິສັດ | ບໍລິສັດ ລາວຄາຢາມາ ຈຳກັດ ຜູ້ດຽວ KAYAMA LAO SOLE Co.,Ltd |
| ເນື້ອໃນກິດຈະການ | ① ບໍລິການກຳຈັດ ແລະ ຂົ້ນສົ່ງຂີ້ເຫຍື້ອອຸດສາຫະກຳ (ກຳລັງດຳເນີນການ) ② ບໍລິການທີ່ປືກສາ ・ທີ່ປືກສາກ່ຽວຂ້ອງກັບປະເທດຍີປຸ່ນ ・ທີ່ປືກສາກ່ຽວກັບການກຳຈັດສີ່ງເສດເຫຼືອ ・ທີ່ປືກສາດ້ານພະລັງງານທົດແທນ (ທືນສະຫນັບສະຫນູນເພື່ອຫຼຸດຜ່ອນການປ່ອຍກາກບ່ອນ) ③ ການຄ້ານຳເຂົ້າ~ສົ່ງອອກ, ທຸລະກີດຮ້ານອາຫານ (ກຳລັງດຳເນີນການ) |
| ຜູ້ອຳນວຍການ | ຈູນອິຈິໂລ ຄາຢາມາ KAYAMA JUNICHIRO |
| ທີຢູ່ສຳນັກງານໃຫຍ່ | ບ້ານດອນຕີ້ວ ຫນ່ວຍ24 ເມືອງໄຊທານີ ນະຄອນຫຼວງວຽງຈັນ ສ ປປລາວ |
| ທີຢູ່ຫ້ອງການປະຈຳຍີ່ປຸ່ນ | 愛知県豊川市南千両2丁目67番地 ເມືອງໂຕໂຢຄາວາ, ແຂວງໄອຈິ, ປະເທດຍີ່ປຸ່ນ |
| ທືນຈົດທະບຽນ | 750 ລ້ານກີບ |
| ຈຳນວນພະນັກງານ | 5 ຄົນ |
| ວັນເດືອນປີສ້າງຕັ້ງ | ວັນທີ4 ເດືອນ 2 ປີ 2021 |
ຫນ່ວຍໂລກ ກໍປ່ຽບເຫມືອນບ້ານເຮືອນຂອກພວກເຮົາ ແລະ ຊິວີດປະຈຳວັນຂອງພວກເຮົາ ດັ່ງນັ້ນ ທາງບໍລິສັດຂອງພວກເຮົາແມ່ນມີວິໃສທັດໃນການສ້າງໃຫ້ໂລກໃຫ້ເປັນໂລກທີ່ສະອາດເຕັມໄປດ້ວຍສີຂຽວ.
ການສ້າງໂລກສີຂຽວ ຄືການສ້າງສະພາບແວດລ້ອມໃຫ້ສະອາດ ປັດສະຈາກສີ່ງເສດເຫຼືອ ແລະ ນຳໃຊ້ພະລັງງານສະອາດ, ທົດແທນຈາກທຳມະຊາດ ເພື່ອໃຫ້ການດຳລົງຊີວີດຂອງພວກເຮົາ ແລະ ສິ່ງທີ່ມີຊີວິດຢູ່ເທິງໂລກສາມາດຢູ່ຮ່ວມກັນຢ່າງມີຄວາມສຸກ.
ເນື່ອງຈາກບໍລິສັດ ຂອງພວກເຮົາມີພະນັກງານຄົນລາວ ທີ່ມີປະສົບການເຮັດວຽກໃນອົງກອນຍີ່ປຸ່ນເປັນເວລາຫຼາຍປີ ແລະ ພະນັກງານຄົນຍີ່ປຸ່ນ ພວກເຮົາຈະເຂົ້າໃຈດີກ່ຽວກັບວັດທະນາທຳສັງຄົມຂອງສອງປະເທດ,ເພື່ອເປັນການຂະຫຍາຍສາຍພົວພັນອັນດີງາມລະຫວ່າງສອງປະເທດໃຫ້ ດີຂື້ນບໍລິສັດຂອງພວກເຮົາມີວິໃສທັດໃນການເສີມສ້າງຂົວຕໍ່ໃຫ້ລະຫວ່າງ ສປປລາວ ແລະ ປະເທດຍີ່ປຸ່ນໃຫ້ຫຼາຍຂື້ນ
ບໍລິສັດລາວຄາຢາມາມີພະລະກີດດັ່ງລຸມນີ້:
① ມຸ້ງເນັ້ນໃນການ ບໍລິການວຽກງານທີ່ປືກສາ ຄຽງຄູ່ກັບການສ້າງຄວາມພ້ອມ ຄວາມເຂັ້ມແຂງໃນການ ໃນການບໍລິການກຳຈັດສີ່ງເສດເຫລືອັນຕະລາຍ ,ຕີດເຊື້ອຈາກໂຮງງານ ອຸດສາຫະກຳ , ໂຮງໝໍ ແລະ ອື່ນໆ ໃຫ້ເປັນມີດຕໍ່ສີ່ງແວດລ້ອມ ໂດຍໄດ້ມາດຕະຖານ ສາກົນ ເພື່ອຮອງຮັບຄວາມຕ້ອງການຂອງລູກຄ້າ
② ມຸ້ງຫນ້າພັດທະນາ ຄຸນນະພາບບໍລິການໃຫ້ລູກຄ້າສະດວກວ່ອງໄວໃຫ້ທັນການ ແລະ ຕີດຕາມຄວາມເພີ່ງພໍໃຈຂອງລູກຄ້າ
③ ມຸ້ງຫນ້າສ້າງ ສະພາບແວດລ້ອມທີສະດວກສະບາຍ ແລະ ສະຫນອງການບໍລິການກ່ຽວກັບສິ່ງແວດລ້ອມແລະຂະແໜງອື່ນໆໃຫ້ຕອບສະຫນອງຄວາມ ຕ້ອງການຂອງລູກຄ້າໃນອານາຄົດ

ລາວຄາຢາມາ